Menu
2LBC-CAL-Yellow.png

ພະນັກງານຄວບຄຸມເຄື່ອງຈັກ (Operator) - 10 ຕຳແໜ່ງ

ໂຮງງານວຽງຈັນ, ນະຄອນຫຼວງວຽງຈັນ ສັນຍາຖາວອນ

ບໍລິສັດເບຍລາວຈຳ່ກັດ ເປັນບໍລິສັດນຳໜ້າທາງດ້ານຜູ້ຜະລິດເຄື່ອງດື່ມໃນ ສ.ປ.ປ.ລາວ ທັງເປັນຄູ່ຮ່ວມທຸລະກິດກັບບໍລິສັດ ກຸ່ມຄາລສະເບີກ ເຊິ່ງເປັນບໍລິສັດເຄື່ອງດື່ມລະດັບໃຫຍ່ຂອງສາກົນ. ບໍ ລິສັດເບຍລາວຈຳກັດລວມມີ 03 ໂຮງງານເຊັ່ນ: ໂຮງງານ ເບຍລາວວຽງຈັນ, ໂຮງງານເປບຊີ ແລະ ໂຮງງານປາກເຊ. ບໍລິສັດເບຍລາວໄດ້ຈຳໜຳຍຜະລິດຕະພັນທົ່ວພາຍໃນປະເທດ ແລະ ຕ່າງປະເທດ ແລະ ໄດ້ຈ້າງພະນັກງານທັງໝົດ 2000 ກວ່າຄົນ, ໃນນັ້ນ ສ່ວນຫຼາຍແມ່ນພະນັກງານຄົນລາວ.

ໜ້າທີຮັບຜິດຊອບ

ຕ ຳແໜ່ງນີ້ ຈະລາຍງານຫາຫົວໜ້າກະໂດຍກົງ ຫຼື ລາຍງຳນຫາຜູ້ຈັດການການຜະລິດ ແລະ ມີໜ້າທີຮັບຜິດດັ່ງນີ:

• ເຂົ້ຳໃຈ ແລະ ຮັບປະກັນຄວາມປອດໄພໃນເວລາປະຕິບັດໜ້າທີຂອງຕົນເອງຕໍ່ເຄື່ອງຈັກ ແລະ ສະຖານທີ່ເຮັດວຽກ

• ປະຕິບັດຕາມລະບຽບສຸຂະພາບແລະຄວາມປອດໄພ, ການສວມໃສ່ PPE ແລະ 5 Life Saving Rules

• ກວດສອບໃຫ້ແນ່ໃຈວ່າ ການທຳຄວາມສະອາດເຄື່ອງຈັກ ແລະ ພື້ນທີສອດຄ່ອງຕາມລະບຸໃນເອກະສານ CIL, Cleaning Check List ແລະ SOPs

• ເຮັດອະນາໄມແຜນປະຈຳວັນ ແລະ CIP ຕາມແຜນຜະລິດ

• ສາມາດເປີດ-ປິດເຄື່ອງໄປຕາມເອກະສານ SOPs/OPLs, ເປີດເຄື່ອງຈັກໃຫ້ສອດຄ່ອງກັບໜ່ວຍງານອື່ນໆຕາມແຜນຂອງການຜະລິດ.

• ກວດໃຫ້ແນ່ໃຈວ່າການຕັ້ງຄ່າ ແລະ ຈຸດທີ່ຕ້ອງປັບຖືກຕ້ອງຕາມຕຳແໜ່ງທີ່ກຳນົດ ຕ້ອງໄດ້ກວດສອບເພຶ່ອໃຫ້ເຄື່ອງຈັກເລີ່ມຕົ້ນແລ່ນບໍ່ຕິດຂັດ (ອາດ ຕິດຕາມດ້ວຍການບັນທຶກໄປພ້ອມ)

• ກວດສອບເບິ່ງຄ່າໃນຈຸດຕ່າງໆເວລາເດີນເຄື່ອງຈັກເປັນໄປຕາມຄ່າພາຣາມິເຕີທີ່ລະບຸໄວໃນ SOPs

• ບັນທຶກການທາງານເຄືາອງຈັກ ແລະ ລາຍງານປະຈຳວັນຕາມແບບຟອມທີ່ກຳນົດໄວ້

• ກຳຈັດວັດຖຸທີ່ເຂົ້ຳຂັດເຄື່ອງຈັກ ພ້ອມທັງຊອກຫາສາເຫດ, ສັງເກດ ແລະ ປັບເລີ່ມຕົ້ນໃໝ່ໃນເວລາເຄື່ອງຈັກຢຸດຊົ່ວຄາວ ແຈ້ງໃຫ້ທີມໃຫ້ຮັບຊາບເປັນອັນ ດຽວກັນ.

• ດຳເນີນການປ່ຽນຖ່າຍ, ຕັ້ງຈັກ ແລະ ເຮັດ CIP ໄປຕາມ SOPs ແລະ OPLs

• ລາຍງານໃຫ້ຫົວໜ້າກະທັນທີຄວາມບໍ່ສອດຄ່ອງ ແລະ ຄວາມຜິດປົກກະຕິທີ່ບໍເປັນໄປຕາມມາດຕະຖານ (SOPs, OPLs, Parameters) ພ້ອມທັງ ທົບທວນເພຶ່ອການປັບປຸງ.

ວຸດທິທີ່ຕ້ອງການ

• ຊັ້ນສູງ ຫຼື  ປະລິນຍາຕີ ໄຟຟ້າ, ອີເລັກໂຕຣນິກ, ກົນຈັກ ຫຼື  ສາຂາທີ່ກ່ຽວຂ້ອງ

• ປະສົບການ 2-4 ປີ ດ້ານບັນຊາເຄື່ອງຈັກ

• ສາມາດເຮັດວຽກເປັນກະໄດ້

• ມີຄວາມຮູ້ພື້ນຖານທາງດ້ານຄອມພິວເຕີ ເຊັ່ນ word, excel, internet

• ມີຄວາມສາມາດດ້ານພາສາອັງກິດໄດ້ຍິ່ງເປັນການດີ 

   ຖ້າຫາກທ່ານສົນໃຈ ແລະ ທ່ານມີຄຸນສົມບັດເໝາະສົມ ກະລຸນາຂຽນ CV ຫຼື  ຈົດໝາຍສະໝັກວຽກ (Cover Letter) ສົ່ງເຂົ້ຳທາງອີເມລ [email protected] ຫຼື  ໂທພົວພັນ 030 9044692 ບໍ່ໃຫ້ກາຍວັນທີ່ 15/07/2019.

ໝາຍເຫດ: ຜູ້ຖືກຄັດຈ້ອນເທົ່ນັ້ນ ຈຶ່ງຈະຖືກຮ້ອງມາສຳພາດ.