Menu

ພິທີຖະແຫລງຂ່າວການຈັດງານສະເຫຼີມສະຫຼອງ ວັນໂອລິມປິກສາກົນ ຄົບຮອບ 124ປີ

ໃນຕອນບ່າຍຂອງວັນທີ 08 ມິຖຸນາ 2018 ທີ່ ຫ້ອງວ່າການປົກຄອງແຂວງບໍລິຄຳໄຊ ໄດ້ຈັດພິທີຖະແຫລງຂ່າວການຈັດງານສະເຫຼີມສະຫຼອງ ວັນໂອລິມປິກສາກົນຄົບຮອບ 124 ປີ.

ພາຍໃຕ້ການເປັນປະທານຂອງທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີກະຊວງສຶກສາ ແລະ ກິລາ, ຮອງປະທານຄະນະກໍຳມະການໂອລິມປິກແຫ່ງຊາດລາວ(ຄອລ) ແລະ ທ່ານ ບຸນມາ ບຸຈະເຣີນ ຮອງເຈົ້າແຂວງໆ ບໍລິຄຳໄຊ ພ້ອມດ້ວຍຕາງຫນ້າບໍລິສັດເບຍລາວ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ .
ໃນພິທີທ່ານ ສົມພູ ພົງສາ ຜູ້ຊ່ວຍລັດຖະມົນຕີກະຊວງສືກສາທິການ ແລະ ກິລາ ທັງເປັນຮອງປະທານ ແລະ ເລຂາທິການ ຄອລ ໄດ້ກ່າວປະຫວັດຄວາມເປັນມາຂອງວັນໂອລິມປິກສາກົນ ແລະ ໄດ້ລາຍງານການກະກຽມກິດຈະກໍຳການສະເຫລີມສະຫລອງວັນໂອລິມປິກສາກົນຄົບຮອບ 124 ປີ ເຊິ່ງຈະຈັດຂື້ນໃນວັນທີ 23 ມິຖຸນາ 2018 ມີກິດຈະກໍຳການແລ່ນ ແລະ ຍ່າງເພື່ອສຸຂະພາບ, ກິລາມວນຊົນ ແລະ ກິລາມວນຊື່ນອີກຫລາຍຢ່າງເພື່ອສ້າງບັນຍາກາດໃຫ້ມີຄວາມຟົດຟື້ນມ່ວນຊື່ນຮ່ວມກັບມວນຊົນຊາວແຂວງບໍລິຄຳໄຊ.
ໃນການຈັດກິດຈະກຳໃນຄັ້ງນີ້ບໍລິສັດເບຍລາວ ຈຳກັດ ກໍ່ເປັນສ່ວນຫນຶ່ງໃນການອຸປະຖຳການຈັດງານສະເຫລີມສະຫລອງວັນໂອລິມປິກສາກົນ ໄດ້ໃຫ້ການອຸປະຖຳການຈັດງານໃນຄັ້ງນີ້້ມູນຄ່າ 70 ລ້ານກວ່າກີບ ເພື່ອຊຸກຍູ້ ແລະ ສົ່ງເສີ່ມວົງການກິລາລາວ ພ້ອມທັງເປັນການກະຕຸ້ນໃຫ້ທຸກຄົນເຫັນໄດ້ຄວາມສຳຄັນຂອງວຽກງານກິລາ ແລະ ການອອກກຳລັງກາຍເພື່ອຮັກສາສຸຂະພາບ. ໃນຂະນະດຽວກັນກໍ່ຖືເປັນການໂຄສະນາຜະລິດຕະພັນນ້ຳດື່ມຫົວເສືອ, ເຄື່ອງດື່ມສະຕິງ ແລະ ເຊເວັນອັບ ຣີໄວທ ໄປໃນໂຕນຳອີກດ້ວຍ.