Menu

Beerlao Limited Can

ເປີດໂຕກະປ໋ອງປີໃໝ່ລາວລຸ້ນພິເສດ ເພື່ອໃຫ້ຜູ້ບໍລິໂພກໄດ້ສະສົມ ແລະ ສະເຫຼີມສະຫຼອງປີໃໝ່ລາວໄປພ້ອມໆກັນ

ເບຍລາວໄດ້ ເປິດໂຕສື່ໂຄສະນາຂອງປີ 2018 ຢ່າງເປັນທາງການໂດຍຍັງຮັກສາໃຈຄວາມຫຼັກທີ່ຢູ່ພາຍໃຕ້ແຄັມເປນ “ພູມໃຈໃນຄວາມເປັນລາວ” ທີ່ໄດ້ສືບຕໍ່ຈາກ ເດືອນກັນຍາ ປີ 2017 ທີ່ຜ່ານມາ ແລະ ໃຫ້ສອດຄ່ອງທັງເປັນການສະໜັບສະໜູນລັດຖະບານລາວໃນການສົ່ງເສີມປິທ່ອງທ່ຽວລາວ 2018 ນີ້.
ເຊິ່ງໃນປີນີ້ ເບຍລາວໄດ້ປ່ອຍຮູບເງົາໂຄສະນາເລື່ອງທີ 2 ທີ່ມີຊື່ວ່າ ຈິງໃຈ ເນື້ອໃນຫຼັກແມ່ນການບອກເລົ່າເລື່ອງລາວຄວາມຈິງໃຈຂອງຄົນລາວຜ່ານສາຍຕາຂອງຊາວຕ່າງຊາດ ທີ່ເກີດຄວາມປະທັບໃຈຈາກການມາທ່ຽວລາວ ແລະໄດ້ປະສົບການດິໆກັບໄປທັງຄວາມມີນ້ຳໃຈຂອງຄົນລາວ ບຸນປະເພນີ ແລະ ວັດທະນະທຳອັນດີງາມຂອງລາວເຮົາ. ພ້ອມດຽວກັນນິ້ທາງບໍລິສັດຍັງໄດ້ພັດທະນາຮູບແບບສື່ສິ່ງພິມໃໝ່ທີ່ສືບຕໍ່ນຳສະເໜີຄວາມພູມໃຈໃນຄວາມເປັນລາວ ບໍ່ວ່າຈະເປັນ ພູມສັນຖານ ສະຖານທີ່ສຳຄັນ ແຫຼ່ງທ່ອງທ່ຽວອັນສວຍງາມຂອງລາວ ອາຫານການກິນ ແລະ ຮີດຄອງປະເພນີອັນດີງາມຂອງລາວທັງເປັນການມີສ່ວນຮ່ວມແລະສົ່ງເສີມ ປິທ່ອງທ່ຽວລາວ 2018 ຂອງເບຍລາວໃນນາມເບຍແຫ່ງຊາດເບຍຂອງຄົນລາວ.

ບໍລິສັດ ເບຍລາວຈຳກັດ ຈະສືບຕໍ່ມີສ່ວນຮ່ວມ​ສະ​ເຫຼີມ​ສະຫຼອງບຸນປີໃໝ່ລາວປີນີ້ອີກຄັ້ງຜ່ານການຈັດກິດຈະກຳທີ່ໜ້າຕື່ນເຕັ້ນຢ່າງຫຼວງຫຼາຍ ແລະ ຍັງເປີດໂຕກະປ໋ອງປີໃໝ່ລາວລຸ້ນພິເສດ ເພື່ອໃຫ້ຜູ້ບໍລິໂພກໄດ້ສະສົມ ແລະ ສະເຫຼີມສະຫຼອງປີໃໝ່ລາວໄປພ້ອມໆກັນ. ຮູບແບບຂອງກະປ໋ອງເບຍລາວປີນີ້ ຍັງຄົງເນັ້ນເອກະລັກການຫຼິ້ນປີໃໝ່ຂອງຄົນລາວ ແລະ ທັງນີ້ກໍ່ເພື່ອເປັນໜື່ງກິດຈະກຳຂອງການສະເຫຼີມບໍລິສັດເບຍລາວ ຈຳກັດ ແລະ ຜະລິດຕະພັນເບຍລາວ ຄົບຮອບ 45ປີ​​

ທັງໝົດທີ່ທາງບໍລິສັດເບຍລາວໄດ້ເຮັດນີ້ ແມ່ນສອດຄ່ອງກັບແນວທາງນະໂຍບາຍຂອງພັກ ແລະກົດໝາຍຂອງລັດ ພ້ອມທັງຍາມໃດບໍລິສັດກໍ່ຄຳນືງເຖີງຄວາມຮັບຜິດຊອບຂອງບໍລິສັດທີ່ມີຕໍ່ສັງຄົມ ຢາກເຫັນຄົນລາວ ແລະປະເທດຊາດນັບມື້ນັບເຂັ້ມແຂງຈະເລີນຮຸ່ງເຮືອງ ສ້າງໃຫ້ຄົນລາວ ພູມໃຈໃນສີ່ງທີ່ເຮົາມີ ພູມໃຈໃນປະເທດລາວ ແລະພູມໃຈໃນສິນຄ້າຂອງລາວເຮົາ.