Menu

ສະ​ຫລອງ​ປີ​ທ່ອງ​ທ່ຽວ​ລາວ​ກັບ​ນ້ຳ​ດື່ມ​ຫົວ​ເສືອ

ບໍລິສັດເບຍລາວ ພາຍໃຕ້ຜະລິດຕະພັນນ້ຳດື່ມກາຫົວເສືອ ໄດ້ຈັດກິດຈະກຳມອບໂຊກຄືນກຳໄລໃຫ້ລູກຄ້າ

ບໍລິສັດເບຍລາວ ພາຍໃຕ້ຜະລິດຕະພັນນ້ຳດື່ມກາຫົວເສືອໄດ້ຈັດກິດຈະກຳມອບໂຊກຄືນກຳໄລໃຫ້ລູກຄ້າ ເພື່ອເປັນການສະແດງຄວາມຂອບໃຈຕໍ່ຜູ້ບໍລິໂພກທີ່ໄດ້ໃຫ້ການສະຫນັບສະຫນູນ ແລະ ຊົມໃຊ້ຜະລິດຕະພັນນ້ຳດື່ມກາຫົວເສືອດ້ວຍດີຕະຫລອດມາ ພ້ອມທັງເປັນການສະຫນັບສະຫນູນສະຫລອງປີທ່ອງທ່ຽວລາວ 2018 ນຳອີກດ້ວຍ.

         ໂດຍກິດຈະກຳດັ່ງກ່າວໄດ້ມອບລາງວັນໃຫ້ແກ່ລູກຄ້າທີ່ສົ່ງຄູປ໊ອງເຂົ້າຮ່ວມຊິງໂຊກ ໄດ້ນຳພາຜູ້ໂຊກດີຈຳນວນ 300 ທ່ານ ໄປທ່ຽວ 02 ແຂວງທີ່ເປັນເມືອງມໍລະດົກໂລກນັ້້ນກໍ່ຄື: ນະຄອນຫລວງພະບາງ ແລະ ນະຄອນຈໍຳປາສັກ 3ມື້ 2ຄືນ, ເຊິ່ງທາງບໍລິສັດໄດ້ນຳພາຄະນະຜູ້ໂຊກດີໄປທ່ອງທ່ຽວສະຖານທີ່ທ່ອງທ່ຽວທີ່ສຳຄັນ ແລະ ມີຊື່ສຽງຂອງແຂວງເຊັ່ນ: (ນະຄອນຫລວງພະບາງ) ພາທ່ຽວຊົມຕາດກວາງຊີ, ພະລາດຊະວັງເກົ່າ, ວັດຊຽງທອງ, ວັດໂພນເພົາ, ຕະຫລາດມືດ (ແຂວງຈໍຳປາສັກ) ພາທ່ຽວຊົມອັນຍະມະນີແຫ່ງແມ່ນໍ້ຳຂອງ ຄອນພະເພັງ, ຫລີ່ຜີ, ວັດພູຈໍຳປາສັກ ພ້ອມທັງເດີນທາງໄປສໍຳພັດອາກາດເຢັນສະບາຍທີ່ເມືອງປາກຊ່ອງ ຊິມລົດຊາດອາຫານທ້ອງຖິ່ນທີ່ເປັນເອກະລັກ, ຊົມສະຖານທີ່ທ່ອງທ່ຽວທີ່ງົດງາມ ເຊິ່ງໄດ້ສ້າງຄວາມປະທັບໃຈໃຫ້ແກ່ລູກຄ້າຜູ້ຮ່ວມເດີນທາງເປັນຢ່າງດີ.