Menu

​ບໍ​ລິ​ສັດ​ເບຍ​ລາວ​ຊຸກ​ຍູ້​ການ​ສອບເສັງ​ນັກ​ຮຽນ​ເກັ່ງ​ລະ​ດັບ​ຊາດ

​ຜົນ​ການ​ສອບ​ເສັງ​ລະ​ດັບ​ຊາດ​ສົກ​ຮຽນ 2018-2019 ວັນ​ທີ 29 ມີ​ນາ​ຜ່ານ​ມາ ນັກ​ຮຽນ​ຈາກ​ນະ​ຄອນ​ຫລວງ​ງຽງ​ຈັນ ສາ​ມາດ​ຄ້​ວາ​ອັນ​ດັນ 1 ສອງວິ​ຊາ​ທັງ ມໍ 4 ແລະ ມໍ 7 ສ່ວນ​ອີກ 2 ວິ​ຊາ​ກະ​ຈາຍ​ຢູ່​ຕ່າງ​ແຂວງ.

ບໍ​ລິ​ສັດ​ເບຍ​ລາວ​ຈຳ​ກັດ ໄດ້​ອຸ​ປະ​ຖຳ​ການ​ສອບ​ເສັງ​ນັກ​ຮຽນ​ເກັ່ງ​ລະ​ດັບ​ຊາດ ລະ​ດັບ​ມັດ​ທະ​ຍົມ​ສຶກ​ສາ​ຕອນ​ຕົ້ນ ແລະ ຕອນ​ປາຍ​ປະ​ຈຳ​ສົກ​ຮຽນ​ປີ 2018-2019. ເຊິ່ງ​ທາງ​ບໍ​ລິ​ສັດ​ເບຍ​ລາວ​ມີ​ຈຸດ​ປະ​ສົງ​ເພຶ່ອ​ສົ່ງ​ເສີມ​ນັກ​ຮຽນ​ເກັ່ງ​ໃຫ້​ມີ​ຄວາມ​ຫ້າວ​ຫັນ​ຕໍ່​ເນື່ອງ ແລະ ເປັນ​ແບບ​ຢ່າງ​ໃຫ້​ລຸ່ນ​ຕໍ່ໆ​ໄປ ພ້ອມ​ທັງ​ເປັນ​ການ​ສ້າງ​ຂະ​ບວນ​ການ​ແຂ່ງ​ຂັນ​ການ​ຮ່ຳ​ຮຽນ, ສ້າງ​ຄວາມ​ກະ​ຕື​ລື​ລົ້ນ​ໃຫ້​ກັບ​ຊາວ​ຫ​ນຸ່ມ ແລະ ເຍົາ​ວະ​ຊົນ ສ້າງ​ພື້ນ​ຖານ​ອັນ​ແຂ່ງ​ແກ່ນ​ໃຫ້​ກັບ​ບຸກ​ຄະ​ລາ​ກອນ​ໃຫ້​ມີ​ການ​ພັດ​ທະ​ນາ. ໂຄງ​ການ​ດັ່ງ​ກ່າວ ເປັນ​ການ​ຊ່ວຍ​ເຫລືອ​ສັງ​ຄົມ ພ້ອມ​ທັງ​ເປັນ​ການ​ສ້າງ​ສາຍ​ພົວ​ພັນ​ອັນ​ດີ​ລະ​ຫວ່າງ​ອົງ​ກອນ​ກັບ​ພາກ​ລັດ ແລະ ສັງ​ຄົມ ໂດຍ​ສະ​ເພາະ​ແມ່ນ​ການ​ສົ່ງ​ເສີ​ມ​ບຸກ​ຄະ​ລາ​ກອນ​ຂອງ​ຊາດ. ການ​ສອບ​ເສັງ​ໃນ​ຄັ້ງ​ນີ້ ບໍ​ລິ​ສັດ​ເບຍ​ລາວ​ສະ​ຫ​ນັບ​ສະ​ຫ​ນູນ​​ລວມເປັນ​ມູນ​ຄ່າ​ທັງ​ຫມົດ 113,720,000 ກີບ.

ພິ​ທີ​ປະ​ກາດ​ຜົນ​ການ​ສອບ​ເສັງ​ນັກ​ຮຽນ​ເກັ່ງ​ລະ​ດັບ​ຊາດ ຈັດ​ຂຶ້ນ​ທີ່​ສະ​ໂມ​ສອນ​ໃຫ​ຍ່ ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ໂດຍ​ຮ່ວມ​ເປັນ​ປະ​ທານ​ຂອງ​ທ່ານ ຮ​ສ ປອ. ຄຳ​ຜາຍ ສີ​ສະ​ຫວັນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສຶກ​ສາ​ທິ​ການ, ທ່ານ ປອ. ນາງ ສີ​ສຸກ ວົງ​ວິ​ຈິດ ຫົວ​ຫ​ນ້າ​ກົມ​ສາ​ມັນ​ສຶກ​ສາ ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ ປະ​ທານ​ກຳ​ມະ​ການ​ຈັດ​ການ​ສອບ​ເສັງ​ລະ​ດັບ​ຊາດ ພ້ອມ​ດ້ວຍ​ບັນ​ດາ​ພາກ​ສ່ວນ​ກ່ຽວ​ຂ້ອງ ແລະ ນ້ອງ​ນັກ​ຮຽ​ນ​ທັງ​ຫມົດ​ເຂົ້າ​ຮ່ວມ.

ຜ່ານ​ການ​ສອບ​ເສັງ​ລະ​ດັບ​ຊາດ​ໃນ​ຄັ້ງ​ນີ້ ເຫັນ​ວ່າ​ບັນ​ດາ​ນັກ​ສອບ​ເສັງ​ທັງ​ຫລາຍ​ສາ​ມາດ​ເຮັດ​ບົດ​ໄດ້​ດີ ແລະ ໄດ້​ຄະ​ແນນ​ສູງ​ກ່​ວາ​ຊຸ່ມ​ປີ​ທີ່​ຜ່ານ​ມາ, ໃນ​ນັ້ນ ນ້ອງ​ນັກ​ຮຽນ​ເກັ່ງ​ລະ​ດັບ​ຊາດ​ທັງ​ຫລາຍ​ແມ່ນ​ກະ​ຈາຍ​ຢູ່​ຕາມ​ແຕ່​ລະ​ແຂວງ ລວມ​ທັງ​ຍິງ ແລະ ຊາຍ ທີ່​ມາ​ຈາກ​ຕົວ​ເມືອງ ແລະ ເຂດ​ຫ່າງ​ໄກ​ສອກ​ຫລີກ ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄຸນ​ນະ​ພາບ, ປະ​ສິດ​ທິ​ພາບ​ຂອງ​ຫລັກ​ສູດ​ການ​ຮຽນ - ການ​ສອນ​ຂອງ​ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ​ໄດ້​ກຳ​ນົດ​ໃວ້.