ໜຶ່ງໃນໂຄງການບູລິມະສິດທີ່ສະທ້ອນເຖິງຄວາມມຸ່ງໝັ້ນດັ່ງກ່າວຄື ໂຄງການ “ເບຍລາວ ສານຝັນໃຫ້ນ້ອງ” ເຊິ່ງໄດ້ລິເລີ່ມຈັດຕັ້ງປະຕິບັດມາຕັ້ງແຕ່ປີ 2010. ໃນປີນີ້, ຖືເປັນປີທີ 15 ທີ່ໂຄງການໄດ້ເປັນກຳລັງສຳຄັນໃນການສົ່ງເສີມການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດຂອງລາວ ໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ. ນັບຕັ້ງແຕ່ລິເລີ່ມໂຄງການເປັນຕົ້ນມາ, ບໍລິສັດ ເບຍລາວ ຈຳກັດ ໄດ້ປະກອບສ່ວນງົບປະມານເຂົ້າໃນວຽກງານການສຶກສາແລ້ວຫຼາຍກວ່າ 12.6 ຕື້ກີບ, ເຊິ່ງສາມາດສ້າງໂອກາດໃຫ້ແກ່ນັກສຶກສາໄປແລ້ວຫຼາຍກວ່າ 3,500 ຄົນ. ສຳລັບປີ 2026 ນີ້, ບໍລິສັດໄດ້ສືບຕໍ່ມອບທຶນການສຶກສາລວມມູນຄ່າກວ່າ 1.4 ຕື້ກີບ ໃຫ້ແກ່ນັກສຶກສາຈຳນວນ 150 ຄົນ ທີ່ມີຜົນການຮຽນດີເດັ່ນ ແຕ່ຂາດເຂີນທຶນຮອນ ໃນ 4 ມະຫາວິທະຍາໄລ ແລະ 4 ສະຖາບັນການສຶກສາຫຼັກ ທົ່ວປະເທດ ເຊັ່ນ: ມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລສຸພານຸວົງ, ມະຫາວິທະຍາໄລສະຫວັນນະເຂດ ແລະ ມະຫາວິທະຍາໄລຈຳປາສັກ, ວິທະຍາໄລສ້າງຄູປາກເຊ, ວິທະຍາໄລສ້າງຄູສະຫວັນນະເຂດ, ສະຖາບັນວິຈິດສິນແຫ່ງຊາດ ແລະ ວິທະຍາໄລເຕັກນິກ ລາວ-ເຢຍລະມັນ. ນັກສຶກສາທີ່ຜ່ານການຄັດເລືອກ ແລະ ສາມາດຮັກສາຜົນການຮຽນຕາມເງື່ອນໄຂ ຈະໄດ້ຮັບທຶນສະໜັບສະໜູນຈາກໂຄງການ “ເບຍລາວ ສານຝັນໃຫ້ນ້ອງ” ລວມມູນຄ່າ 6,600,000 ກີບ/ຄົນ/ປີ. ທຶນດັ່ງກ່າວ ກວມເອົາທັງຄ່າທຳນຽມການຮຽນ, ອຸປະກອນການສຶກສາ ແລະ ຄ່າຄອງຊີບຈົນຈົບສົກການສຶກສາ. ນອກຈາກການຊ່ວຍເຫຼືອດ້ານທຶນຮອນແລ້ວ, ນັກສຶກສາຍັງຈະໄດ້ຮັບໂອກາດໃນການຝຶກງານຕາມສາຂາວິຊາທີ່ກ່ຽວຂ້ອງ ແລະ ໂອກາດໃນການເຂົ້າຮ່ວມເຮັດວຽກກັບ ບໍລິສັດ ເບຍລາວ ຈຳກັດ ໃນອະນາຄົດ.
One of the flagship initiatives that reflects this strong commitment is the “LBC Building Your Dream” scholarship program, which was first launched in 2010. This year marks the 15th anniversary of the program, which has played a significant role in promoting education and strengthening the sustainable development of Laos’ human resources. Since its inception, LBC has contributed more than LAK 12.6 billion to support education, creating opportunities for over 3,500 students. In 2026, the company continues its commitment by granting scholarships totaling more than LAK 1.4 billion to 150 outstanding yet financially disadvantaged students across four universities and four major educational institutions nationwide, including: the National University of Laos, Souphanouvong University, Savannakhet University, Champasak University, Pakse Teacher Training College, Savannakhet Teacher Training College, the National Institute of Fine Arts, and the Lao-German Technical College. Selected students who meet the program’s academic requirements will receive financial support of LAK 6,600,000 per person per year under the “LBC Building Your Dream” scholarship. The scholarship covers tuition fees, educational materials, and living expenses until the completion of their studies. Beyond financial assistance, students are also provided with internship opportunities relevant to their fields of study, as well as potential career opportunities with LBC in the future.