Menu
2LBC-CAL-Yellow.png

House Rules

ກົດລະບຽບ

ບໍລິສັດເບຍ​ລາວ - ກົດລະບຽບຂອງ ສື່ຕ່າງໆທາງສັງຄົມ

ພວກເຮົາ, ບໍລິສັດເບຍ​ລາວໄດ້ສ້າງເພຈ ສື່ຕ່າງໆທາງສັງຄົມນີ້ຂຶ້ນ ເພື່ອໃຫ້ພວກທ່ານສາມາດຕິດຕາມຂ່າວສານໃນໂລກຂອງບໍ​ລິ​ສັດ​ພວກ​ເຮົາໃຫ້ທັນການ, ສາມາດສອບຖາມ, ໃຫ້ຄຳແນະນຳ, ລົງຮູບພາບ ຕ່າງໆ ແລະ ສະແດງຄວາມຄິດເຫັນກ່ຽວກັບຫົວຂໍ້ທີ່ກ່ຽວຂ້ອງ ໃຫ້ກັບທາງ​ເບຍ​ລາວໄດ້. ໃນຂະນະດຽວກັນນີ້, ພວກເຮົາຍິນດີຮັບເອົາທຸກຄໍາຕິຊົມ ແລະ ທຸກຂໍ້ຄິດເຫັນຈາກລູກຄ້າ ແລະ ຜູ້ຊົມໃຊ້ ສື່ຕ່າງໆທາງສັງຄົມ, ແຕ່ພວກເຮົາຈະບໍ່ຄັດເລືອກຄຳຄິດຄຳເຫັນ, ຂໍ້້ຄວາມ ຫຼື ການລົງຂໍ້ມູນຕ່າງໆຂອງລູກຄ້າ ແລະ ຜູ້ຊົມໃຊ້ ສື່ຕ່າງໆທາງສັງຄົມຢູ່ເພຈນີ້ ກ່ອນຈະມີການເຜີຍແຜສູ່ສັງຄົມ. ກະລຸນາລາຍງານເນື້ອໃນທີ່ມີລັກສະນະໝິ່ນປະມານ, ໂຈມຕີ ຫຼື ບໍ່ຖືກກົດໝາຍໃຫ້ກັບພວກເຮົາໄດ້ທີ່ [email protected].
ພວກເຮົາຮັບປະກັນວ່າທຸກການສື່ສານທາງການຕະຫຼາດຂອງພວກເຮົາແມ່ນມີຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສອດຄ່ອງກັບຫຼັກການປະຕິບັດຂອງອຸດສາຫະກຳ. ທຸກໆຢ່າງທີ່ຢູ່ໃນເພຈຂອງ ສື່ຕ່າງໆທາງສັງຄົມເຊິ່ງລວມເຖີງສິ່ງຕ່າງໆທີ່ຖືກເອົາລົງສູ່ເພຈໂດຍຜູ້ຊົມໃຊ້ ແມ່ນຈະຕ້ອງປະຕິບັດຕາມຂໍ້ກຳນົດຕ່າງໆເຫຼົ່ານີ້. ພວກເຮົາມີສິດໃນການລົບເນີື້ອໃນທີ່ອາດຈະຜິດຕໍ່ຂໍ້ກຳນົດສະບັບນີ້ ເຊິ່ງໄດ້ລວມເອົາ ແຕ່ບໍ່ໄດ້ກຳນົດ ກຸ່ມຄົນທີ່ມີຮູບລັກສັນຖານອາຍຸຕໍ່າກວ່າ 25 ປີ, ການບໍລິໂພກທີ່ເກີນຂອບເຂດ ແລະ ຂາດຄວາມຮັບຜິດຊອບ, ຫຼື ການໂຄສະນາປ້າຍຕ່າງໆຂອງບຸກຄົນທີ່ສາມ.
ການລົງຂໍ້ມູນ, ການສະແດງຄຳຄິດຄຳເຫັນ, ຮູບພາບ, ວິດີໂອ ແລະ ສິ່ງອື່ນໆທີ່ເອົາລົງໂດຍຜູ້ຕິດຕາມເພຈນີ້ ແມ່ນບໍ່ຈຳເປັນສະແດງຄວາມຄຳຄິດເຫັນ ແລະ ຄວາມສຳຄັນໃດໆຕໍ່ແບຣນຂອງພວກເຮົາ.
ພວກເຮົາ ຫວັງວ່າຈະຮັກສາເພຈ ສື່ຕ່າງໆທາງສັງຄົມນີ້ ໃຫ້ເປັນພື້ນທີ່ ທີ່ມີຄວາມເພີດເພີນໃຫ້ກັບຜູ້ຕິດຕາມທັງໝົດຂອງພວກເຮົາ, ດັ່ງນັ້ນ, ພວກເຮົາຂໍຮຽກຮ້ອງມາຍັງທ່ານ - ຜູ້ຊົມໃຊ້ທຸກທ່ານ ໃຫ້ເຄົາລົບຕໍ່ກົດລະບຽບ ແລະ ການຈັດແບ່ງປະເພດເຫຼົ່ານີ້ ພ້ອມທັງຮັບຮູ້ວ່າເນື້ອໃນທີ່ບໍ່ສອດຄ່ອງກັບການຈັດແບ່ງປະເພດເຫຼົ່ານີ້ແມ່ນຈະຖືກ (ອາດຈະຖືກ) ລົບອອກໂດຍຜູ້ຮຽບຮຽງໄດ້:

ພາສາ

ກະລຸນາສະແດງການໃຫ້ກຽດຕໍ່ຄົນອື່ນ ແລະ ງົດການນໍາໃຊ້ຄຳເວົ້າທີ່ບໍ່ສຸພາບ, ສິ່ງຕ່າງໆທີ່ມີລັກສະນະທາງເພດທີ່ຈັດເຊນ ແລະ ໃຊ້ຄຳສັບສະເພາະທາງທີ່ບໍ່ເໝາະສົມ ໃນຊີວິດປະຈຳວັນ.

ຄວາມເຄົາລົບນັບຖື

ການເຄົາລົບນັບຖືແມ່ນຖືວ່າມີຄວາມສຳຄັນ ແລະ ພວກເຮົາຈະບໍ່ຍອມຮັບຂໍ້ຄຳຄິດຄຳເຫັນ ຫຼື ການສະແດງຂໍ້ມູນທີ່ໄປໃນທາງກໍ່ກວນ, ຮຸກຮານ ຫຼື ທຳລາຍສື່ສຽງຄົນອື່ນໆ.

ຮູບພາບ/ວິດີໂອ

ພວກເຮົາຈະບໍ່ຍອມຮັບຂໍ້ມູນທີ່ຫຍາບຄາຍ, ລາມົກ, ທີ່ເປັນການລະເມີດ, ມີລັກສະນະເຊື່ອມເສຍສື່ສຽງຕ່າງໆ. ເຊິ່ງລວມໄປເຖີງຮູບພາບ ຫຼື ວິດີໂອບຸກຄົນທີ່ອາຍຸຕ່ຳກວ່າ 25 ລົງມາ. ພ້ອມກັນນີ້, ພວກເຮົາຈະບໍ່ຍອມຮັບເອົາຂໍ້ມູນທີ່ສະແດງເຖີງການດື່ມທີ່ຂາດຄວາມຮັບຜິດຊອບ ຫຼື ການມືນເມົາຕ່າງໆ.

ຂີ້ເຫຍື້ອອີເມວ

ກະລຸນາໃຫ້ມີພຽງແຕ່ຫົວຂໍ້ທີ່ກ່ຽວຂ້ອງກັບບໍ​ລິ​ສັດ​ເບຍ​ລາວເທົ່ານັ້ນ. ພວກເຮົາຈະບໍ່ສົນໃຈໃນການລົງຂໍ້ມູນ ແລະ ຂ່າວສານທີ່ເປັນການໂຄສະນາແບຣນ ແລະ ງານກິດຈະກຳຂອງຝ່າຍອື່ນໆ.

ການໂຄສະນາຂອງບຸກຄົນທີ່ສາມ

ໃນເພຈນີ້ອາດຈະສະແດງການໂຄສະນາ ແລະ ສິ່ງອື່ນໆ ໄປກັບເພຈຂອງ ສື່ຕ່າງໆທາງສັງຄົມຂອງຄາຣສະເບີກ. ພວກເຮົາຈະບໍ່ໄປຄວບຄຸມເນື້ອໃນ ຫຼື ຮູບພາບທີ່ໄດ້ລະບຸໄວ້ໃນນີ້ ແລະ ພວກເຮົາຈະບໍ່ຮັບຮອງ ຫຼື ລວມເຂົ້າກັບຂໍ້ມູນດັ່ງກ່າວ

ເຊື່ອມຕໍ່ເຂົ້າສູ່ພື້ນທີ່ຂອງບຸກຄົນທີ່ສາມ

ສຳລັບພື້ນທີ່ທີ່ຜູ້ຕິດຕາມເພຈ ສື່ຕ່າງໆທາງສັງຄົມຂອງພວກເຮົາ ທີ່ໄດ້ມີການລະບຸການເຊື່ອມຕໍ່ຫາພື້ນທີ່ອື່ນໆ ແລະ ແຫຼ່ງຂໍ້ມູນທີ່ກໍານົດໃຫ້ໂດຍບຸກຄົນທີ່ສາມ, ການເຊື່ອມຕໍ່ເຫຼົ່ານີ້ແມ່ນມີໄວ້ເພື່ອເປັນຂໍ້ມູນໃຫ້ແກ່ທ່ານເທົ່ານັ້ນ. ພວກເຮົາຈະບໍ່ສາມາດເຂົ້າໄປຄວບຄຸມເນື້່ອໃນຂອງພື້ນທີ່ ແລະ ແຫຼ່ງຂໍ້ມູນເຫຼົ່ານີ້, ແລະ ພວກເຮົາຈະບໍ່ຮັບຜິດຊອບຕໍ່ການສູນເສຍ ຫຼື ຄວາມເສຍຫາຍໃດໆ ທີ່ອາດຈະເກີດຈາກການນຳໃຊ້ຂໍ້ມູນດັ່ງກ່າວນັ້ນ.

ເພີ່ມເຕີມຈາກຂ້າງເທີງນີ້, ພວກເຮົາຂໍນຳສະເໜີທ່ານເຂົ້າເບິ່ງເພຈ ກົດລະບຽບອື່ນໆຂອງ ສື່ຕ່າງໆທາງສັງຄົມ ທີ່ທ່ານສາມາດຫາອ່ານຕື່ມໄດ້ດັ່ງລຸ່ມນີ້:

• ສິດ ແລະ ໜ້າທີ່ຂອງ ການແຈ້ງການຂອງເຟດສບຸກ: https://www.facebook.com/terms.php
• ຂໍ້ກໍານົດ ແລະ ເງື່ອນໄຂຕ່າງໆຂອງຢູທູບ: https://www.youtube.com/static?template=terms
• ເງື່ອນໄຂຂອງການນໍາໃຊ້ອິນສຕາແກຣມ: https://help.instagram.com/478745558852511
• ເງື່ອນໄຂຂອງການບໍລິການທະວິດເຕີ້: https://twitter.com/en/tos#intlTerms

ພວກເຮົາເຄົາລົບຕໍ່ຂໍ້ມູນສ່ວນຕົວ: ການແຈ້ງເຕືອນການຄຸ້ມຄອງຄວາມເປັນສ່ວນຕົວຂອງພວກເຮົາແມ່ນຈະບັງຄັບໃຊ້ກັບຂໍ້ມູນສ່ວນຕົວທີ່ທ່ານແບ່ງປັນຜ່ານເພຈນີ້ ກັບພວກເຮົາເພື່ອເປັນສ່ວນໜື່ງ ໃຫ້ກັບກົດລະບຽບຂອງການຄຸ້ມຄອງຄວາມເປັນສ່ວນຕົວ.
ສຸດທ້າຍນີ້, ທຸກໆເນື້ອໃນທີ່ຖືກພົບເຫັນຢູ່ທີ່ເພຈ ແມ່ນສຳລັບບູກຄົນທີ່ບັນລຸເກນອາຍຸ ທີ່ລະບຽບກົດໝາຍ ຂອງປະເທດທີ່ທ່ານອາໄສຢູ່ກຳນົດໃວ້, ແລະ ພວກເຮົາຂໍແນະນຳວ່າທ່ານບໍ່ຄວນສົ່ງຕໍ່ໃຫ້ກັບຄົນທີ່ອາຍຸຕໍ່າກວ່າເກນທີ່ກົດໝາຍໄດ້ກຳນົດໃຫ້.
ບໍລິສັດ ​ເບຍ​ລາວຈຳ​ກັດ ແມ່ນເວລາໃດກໍ່ຈະຮັບຜິດຊອບຕໍ່ກັບ​ເຄື່ອງ​ດື່ມ​ທີ່​ມີທາດເຫຼົ້າ ດ້ວຍປະສົບການໃນການຮັບຜິດຊອບຕໍ່ສັງຄົມ, ສະນັ້ນ, ກະລຸນາດື່ມຢ່າງມີຄວາມຮັບຜິດຊອບ. ທ່ານສາມາດອ່ານເພີ່ມເຕີມໄດ້ທີ່: http://www.responsibledrinking.org
ຕິດຕໍ່ພວກເຮົາໄດ້ທີ່: [email protected].
ພວກເຮົາຮູ້ສຶກຂອບໃຈຕໍ່ຄວາມເຂົ້າອົກເຂົ້າໃຈຂອງທ່ານ - ຍິນດີຕ້ອນຮັບສູ່ເພຈຂອງພວກເຮົາ!

Lao Brewery Co.,Ltd - SOCIAL MEDIA HOUSE RULES

We, Lao Breweries Co.,Ltd have made this social media page, so you can keep up to date with what’s happening in the world of Beerlao, ask questions, make suggestions, post pictures and state your opinion on Lao Brewery related topics. Whilst we welcome feedback and comments from customers and other social media users, we do not moderate the comments, messages or uploads that are posted by customers and social media users on the page prior to publication. Please report any abusive, offensive or illegal content to us at [email protected]

We ensure that all of our marketing communications are socially responsible and in line with industry codes of practice. All material on our social media pages, including material posted by users of the pages, must also comply with these requirements. We reserve the right to remove content that may breach these requirements including, but not limited to, any images depicting those aged under 25, immoderate or irresponsible consumption, or any third-party branding.

Posts, comments, visuals, videos and other material posted by fans on this page do not necessarily represent the opinions and values of our brand.

We aim to keep this social media page a pleasant site for all fans, so we kindly ask you – the users – to respect the following rules and categories and note that content that does not comply with these categories will be (or may have been) removed by our editor:

Language

Please show consideration to others and refrain from using profanity, explicit sexual references and inappropriate terminology in general.

Respectfulness

Respect is important and we don’t accept comments or posts that in any way harass, threaten or defame others.

Pictures/videos

We don’t accept indecent, obscene, infringing or defamatory material. This includes pictures or video material displaying people below 25. Also, we don’t accept material displaying irresponsible drinking or drunkenness.

Spam

Only Lao Brewery related topics, please. We are not interested in posts and material promoting other brands and events.

Third party ads

This platform may display advertisements and features alongside Lao Brewery social media page. We have no control over the content or images contained in these and we do not endorse or affiliate ourselves with them.

Links to third party sites

Where our social media fan page contains links to other sites and resources provided by third parties, these links are provided for your information only. We have no control over the contents of these sites or resources, and we accept no responsibility for them or for any loss or damage that may arise from your use of them.