Menu

LBC Support Trade Union for Labour Day

ເບຍລາວ ຈຳກັດປະກອບສ່ວນອຸປະຖຳ ເນື່ອງໃນໂອກາດສະເຫລີມສະຫລອງວັນກຳມະກອນສາກົນ ຄົບຮອບ 133 ປີ

ໃນວັນທີ 25 ເມສາ 2019 ທີ່ ສູນກາງສະຫະພັນກຳມະບານລາວ ໄດ້ຈັດໃຫ້ມີພິທີມອບ-ຮັບການອຸປະຖຳເພື່ອຊຸກຍູ້ຂະບວນການຍ່າງ ເພື່ອສຸຂະພາບ ເນື່ອງໃນໂອກາດສະເຫລີມສະຫລອງວັນກໍຳມະກອນສາກົນ ຄົບຮອບ 133 ປີ, ເຊິ່ງເປັນວັນທີ່ມີຄວາມໝາຍຄວາມ ສຳຄັນຢ່າງເລິກເຊິ່ງ ທັງເປັນການປຸກລະດົມໃຫ້ສະມາຊິກກຳມະບານ, ກຳມະກອນ-ຊາວຜູ້ອອກແຮງງານ ລະນຶກເຖິງວັນປະຫວັດສາດ ຂອງຊາວກຳມະກອນ ຜູ້ອອກແຮງງານ ໃນການປົກປ້ອງສິດຂອງຕົນ ໃນໄລຍະຜ່ານມາ. ທັງເປັນການຍົກລະດັບຄວາມຮັບຮູ້, ຄວາມເຂົ້າໃຈ ຕໍ່ວຽກງານກຳມະບານ ແລະ ເສີມຂະຫຍາຍສິດປະຊາທິປະໄຕ, ເພີ່ມທະວີຄວາມສາມັກຄີ ໃນຖັນແຖວກຳມະກອນ, ຊາວຜູ້ອອກແຮງງານ ບັນດາເຜົ່າໃຫ້ເປັນປຶກແຜ່ນແໜ້ນໜາ, ເປັນກຳລັງແຮງໃນການຈັດຕັ້ງປະຕິບັດ ແນວທາງຂອງພັກ ສືບຕໍ່ເຮັດຫລ້ອນໜ້າທີ່ ທີ່ພັກ-ລັດ ວາງອອກໃຫ້ປະກົດຜົນເປັນຈິງ.

ຕາງຫນ້າບໍລິສັດເບຍລາວ ຈຳກັດ ກ່າວມອບໂດຍ ທ່ານ ວຽງເພັດ ພັນທະວົງ ຜູ້ອຳນວຍການຝ່າຍບໍລິຫານ ແລະ ກິດຈະກຳເພື່ອສັງຄົມ ທັງເປັນປະທານສະຫະພັນກຳມະບານບໍລິສັດເບຍລາວ ແລະ ກ່າວຮັບໂດຍ ທ່ານ ສີມູນ ອຸ່ນລາສີ ຮອງປະທານສູນກາງສະຫະພັນກຳມະບານລາວ ໂດຍມີພະນັກງານຂອງທັງສອງຝ່າຍທີ່ກ່ຽວຂ້ອງ ພ້ອມດ້ວຍສືມວນຊົນ ເຂົ້າຮ່ວມເປັນສັກຂີພະຍານ.