Menu

Vientiane WOW Fashion Week 2019

ງານແຟຊັ່ນໂຊທີ່ຍິ່ງໃຫຍ່ທີ່ສຸດໃນ ສປປ ລາວ ເຊິ່ງໄດ້ຈັດຂຶ້ນໃນວັນທີ 25 ພຶດສະພາ 2019 ທີ່ ໂຮງແຮມ ດອນຈັນພາເລດ

ໂດຍເປັນການລວມໂຕກັນຂອງນັກອອກແບບ 8 ດີໄຊເນີ ຂອງ ສປປ ລາວ ປະຊັນ 7 ດີໄຊເນີ ຂອງ ປະເທດໄທ ຕົວແທນຮ່ວມງານ ແຟຊັ່ນໂຊ ປຸກກະແສທຸລະກິດແຟຊັ່ນໃຫ້ມີຄວາມຄຶກຄັກ.

ບໍລິສັດເບຍລາວ ຈຳກັດ ໂດຍຜະລິດຕະພັນເບຍ Kronenbourg 1664 ໄດ້ໃຫ້ການສະຫນັບສະຫນູນ ໃນການຈັດງານແຟຊັ່ນໂຊສຸດຍິ່ງໃຫຍ່ໃນ ສປປ ລາວ ໃນປີນີ້ ໂດຍໄດ້ຮ່ວມກັບ ວາລະສານ ວ້າວ ແມັກກາຊີນ, ກົມສົ່ງເສີມການຄ້າລະຫວ່າງປະເທດ DITP ແລະ ອົງກອນພາກເອກະຊົນອື່ນໆ ເພື່ອເຮັດໃຫ້ງານແຟຊັ່ນໂຊໃນຄັ້ງນີ້ມີຄວາມຕື່ນຕາຕື່ນໃຈດ້ວຍຮູບແບບການຈັດງານທີ່ຍິ່ງໃຫຍ່ອະລັງການ. ວັດຖຸປະສົງໃນການຈັດງານ ເພື່ອເປີດເວທີສະແດງຜົນງານການອອກແບບຈາກດີໄຊເນີລະດັບແຖວຫນ້າຂອງ ສປປ ລາວ - ໄທ ໃຫ້ເປັນທີ່ຍອມຮັບສູ່ສາຍຕາ ນານາປະເທດ ລວມທັງການນຳສະເໜີ ການອອກແບບເຄື່ອງປະດັບຈາກແບຣນຊັ້ນນຳຂອງ ສປປ ລາວ ໄດ້ແກ່ : ຮ້ານຄໍາພູວົງ , ຮ້ານບຸນເຕັມ ວັດຖຸມີຄ່າ ເທິງເວທີສຸດອະລັງການ ອອກແບບເວທີ Runway ທີ່ຍາວທີ່ສຸດໃນ ສປປ ລາວ ກັບແຟຊັ່ນໂຊ 15 ດີໄຊເນີໄດ້ແກ່ Tyna Inspiration of Silk , KP Design , ເອກໂພໄຊ ຜ້າໄໝ ,  Six P.M , Kanapot Aunsorn , Niphon , Men Folder , ຮ້ານຄຳພູວົງ, Iconic , ແພັດຕີ້ ເສີມຄວາມງາມ , L and Three Design , ຮ້ານບຸນເຕັມ ວັດຖຸມີຄ່າ , Paul Direk , Zibeth Thailand ແລະ Ditawat Moulage ພ້ອມເຫຼົ່າຄົນດັງລະດັບແຖວຫນ້າຂອງ ສປປ ລາວ ມາຮ່ວມງານກັນຢ່າງຫຼວງຫຼາຍ.

ກະທົບໄຫຼ່ນັກສະແດງ-ນາງແບບ ແລະ ນັກຮ້ອງທີ່ມີຊື່ສຽງຈາກປະເທດເພື່ອນບ້ານ ແພນເຄັກ ເຂັມມານິດ ຈາມິກອນ, ດຣ ບຸ໋ມ ປະນັດດາ ວົງຜູ້ດີ , ແກ້ມ The Star , ສີລະປິນຈາກຄ້າຍ OGME Entertianement , Tabitha King Thailand’s Talent 2018 ແລະ ລູກປາ The Voice ແລະ ສິນລະປິນຈາກປະເທດເກົາຫລີວົງ Girl Group K-pop “Blah Blah” ປິດທ້າຍດ້ວຍ WOW After Party Presented by Kronenbourg 1664.

ນອກຈາກນັ້ນພາຍໃນງານ Vientiane WOW Fashion Week 2019 ຜະລິດຕະພັນໃນເຄືອຂອງບໍລິສັດເບຍລາວ Kronenbourg 1664 ໄດ້ຮັບຄວາມສົນໃຈ ແລະ ໄດ້ຮັບການຕອບຮັບເປັນຢ່າງດີຈາກບັນດາແຂກຜູ້ເຂົ້າຮ່ວມງານ ສ້າງສີສັນ ແລະ ບັນຍາກາດພາຍໃນງານໃຫ້ຢູ່ໃນກິ່ນອາຍຂອງເມືອງແຟຊັ່ນໄດ້ເປັນຢ່າງດີ.