Menu

ບໍລິສັດເບຍລາວຈຳກັດ ມອບທຶນການສຶກສາໃຫ້ແກ່ນັກສຶກສາ ມຈ ແລະນັກສຶກສາວິທະຍາໄລຄູປາກເຊ.
LBC give Scholarship to Champasack University & Teacher Training College

ບໍລິສັດເບຍລາວຈຳກັດ ມອບທຶນການສຶກສາໃຫ້ແກ່ນັກສຶກສາ ມະຫາວິທະຍາໄລຈຳປາສັກ ແລະ ນັກສຶກສາວິທະຍາໄລຄູປາກເຊປະຈຳປີ 2022 ໄດ້ຈັດຂື້ນໃນວັນທີ 16 ທັນວາ 2022 ຢູ່ທີ່ມະຫາວິທະຍາໄລຈຳປາສັກ ມອບໂດຍ ທ່ານ ສິດທິໄຊ ເກດຕະວົງ ຜູ້ອຳນວຍການຝ່າຍ ກິດຈະກຳເພື່ອສັງຄົມ ແລະ ບໍລິຫານ ບໍລິສັດເບຍລາວ ພ້ອມບັນດາທ່ານຄະນະຮັບຜິດຊອບໂຄງການໃຫ້ທຶນການສຶກສາຂອງບໍລິສັດເບຍລາວ ແລະ ກ່າວຮັບ ແລະ ຂອບໃຈ ໂດຍທ່ານ ຄຳພາ ຫອມສົມບັດ ຮອງອະທິການບໍດີມະຫາວິທະຍາໄລຈຳປາສັກ, ທ່ານຮອງອຳນວຍການວິທະຍາໄລຄູປາກເຊ ແລະ ສອງສະຖາບັນ ພ້ອມບັນດາຄູ ອາຈານພ້ອມດ້ວຍນັກສຶກສາທີ່ໄດ້ຮັບທຶນເຂົ້າຮ່ວມ.

ເຊິ່ງເປົ້າໝາຍຂອງໂຄງການນີ້ ແມ່ນມອບໃຫ້ນັກສຶກສາທີ່ຮຽນດີ, ຮຽນເກັ່ງ, ແຕ່ຂາດເຂີນ, ດ້ອຍໂອກາດ ເພື່ອຊຸກຍູ້ສົ່ງເສີມເປັນສ່ວນໜຶ່ງໃນການພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບ.

ສຳລັບທຶນທີ່ບໍລິສັດເບຍລາວ ນຳມາມອບໃຫ້ແກ່ນັກສຶກສາ ສົກປີ2022-2023 ໃນຄັ້ງນີ້ມີມອບໃຫ້ມະຫາວິທະຍາໄລ ຈຳປາສັກ 40 ທຶນ ເປັນເງິນ 108,000,000 ກີບ ແລະ  ວິທະຍາໄລຄູປາກເຊ 9 ທຶນ ເປັນເງິນ 24,300,000 ກີບ .

ໂອກາດນີ້ ທ່ານ ຄຳພາ ຫອມສົມບັດ ຮອງອະທິການບໍດີມະຫາວິທະຍາໄລຈຳປາສັກໄດ້ຕ່າງໜ້າໃຫ້ທັງສອງສະຖາບັນ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ບໍລິສັດເບຍລາວ ທີ່ຍາມໃດກໍ່ໃຫ້ຄວາມສຳຄັນແກ່ວຽກງານນະໂຍບາຍຊ່ວຍເຫຼືອສັງຄົມຕະຫຼອດມາ ພ້ອມນີ້ ທ່ານກໍ່ຍັງໄດ້ມອບໃບກຽດຕິຄຸນໃຫ້ແກ່ບໍລິສັດເບຍລາວອີກດ້ວຍ.

ຮ່ວມໃຈຊ່ວຍເຫຼືອສັງຄົມ - ຜູ້ປະສົບອຸທຸກກະໄພ ທີ່ ແຂວງ ໄຊຍະບູລີ, ສາລະວັນ ແລະ ແຂວງ ອັດຕະປື.

ວັນທີ 16 ພະຈິກ 2022,​ ບໍລິສັດເບຍລາວ ຈໍາກັດນໍາພາແລະມອບໂດຍທ່ານ ສິດທິໄຊ ເກດຕະວົງ ຜູ້ອໍານວຍການ ຝ່າຍກິດຈະກໍາເພື່ອສັງຄົມ ແລະ ບໍລິຫານ ທັງເປັນປະທານກໍາມະບານບໍລິສັດ ເບຍລາວໃຫ້ກຽດມອບ-ຮັບ ນໍ້າດື່ມ ມີເນໂຣລ ຈໍານວນ 15, 000​ ແກັດ ໂດຍ ທ່ານ ນ ອາລີ ວົງໜໍ່ບຸນທໍາ ກໍາມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ. ລວມມູນຄ່າທັງໝົດໃນການຊ່ວຍເຫລືອຄັ້ງນີ້ແມ່ນ 527,​670, 000 ກີບ.

ການເລືອກຜະລິດຕະພັນລາວເຮົາໃນການຊ່ວຍເຫຼືອຄັ້ງນີ້ແມ່ນເພື່ອເປັນການສົ່ງເສີມຜະລິດຕະພັນພາຍໃນກະຕຸ້ນເສດຖະກິດຫລຸດຜ່ອນສິນຄ້ານໍາເຂົ້າ, ຫຼຸດເງິນຕາອອກນອກປະເທດ ແລະ ສ້າງຄວາມເຂັ້ມແຂງຂອງເສດຖະກິດພາຍໃນ.

ການຊ່ວຍເຫລືອຄັ້ງນີ້ຈະນໍາໄປຊ່ວຍປະຊາຊົນຜູ້ປະສົບອຸທຸກກະໄພຜ່ານມາ ທີ່ ແຂວງເຊັ່ນ: ແຂວງ ໄຊຍະບູລີສາລະວັນ ແລະ ແຂວງ ອັດຕະປື

ການມອບ-ຮັບຄັ້ງນີ້ແມ່ນມອບຜ່ານ ອົງການຈັດຕັ້ງພາຍໃນບໍລິສັດ ເບຍລາວ ທີ່ຮ່ວມກັບ ສະຫະພັນກໍາມະບານສູນກາງ ແລະ ໄດ້ຮ່ວມກັບຄູ່ຮ່ວມທຸລະກິດເຊັ່ນ:

ບໍລິສັດ ບີຊີແອວ ຂົນສົ່ງ,

ບໍລິສັດ ອາກິເນຍ ສໍາຫຼວດແລະອອກແບບ,

ບໍລິສັດ ເຄບີ ພາວເວີ ກໍ່ສ້າງ,

ບໍລິສັດ ທີທີເອັສ ກໍ່ສ້າງຂົວທາງແລະຕິດຕັ້ງໄຟຟ້າບໍລິສັດ

ບໍລິສັດ ປະຊາໂຊກ ກໍ່ສ້າງ

ບໍລິສັດ ຈໍາປາໄອທີ

ບໍລິສັດ ເວັສໂປຣ ຄໍແລັກຊັນ

ທາງບໍລິສັດ ເບຍລາວ ໄດ້ສະແດງຄວາມຂອບໃຈມາຍັງບໍລິສັດ ຄູ່ຄ້າບໍລິສັດເບຍລາວ ທີ່ໄດ້ສົມທົບ ແລະ ມອບຄວາມຊ່ວຍເຫຼືອຄັ້ງນີ້ອີກດ້ວຍ..

roadsafety3.jpg

Corporate Social Responsibility

Social responsibility is important to Lao Brewery and the company considers it as both an obligation and a priority in the operation of its business, as the Company’s growth has been due to support from society. The Company has always provided support to social activities in connection with the preservation of the Lao culture and the protection and preservation of the environment. The company has placed social and environmental impact management as a core element in the strategic planning and business operation of the company. As a result, the company has supported several social development projects, has cared for it consumers and contributed preservation of the environment.